ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍ​ລະ​ມັນ ມີ​ແຜນ​ຈະ​ຕິດ​ຕັ້ງ​ລູກ​ສອນ​ໄຟ​ ປ່ອຍ​ນຳ​ວິຖີ​ຈາກ​ອາກາດ​ສູ່​ພື້ນ

     ອີງ​ຕາມ​ການ​ລາຍ​ງານ​ຂອງສຳນັກ​ຂ່າວ​ເຈນລະບຸ​ວ່າ: ລັດຖະບານ​ເຢຍ​ລະ​ມັນ ​ອອກ​ມາ​ເປີດເຜີຍ​ໃນ​ອາທິດ​ທີ່​ຜ່ານ​ມາ​ວ່າ: ທາງ​
ກອງທັບ​ເຢຍ​ລະ​ມັນ ມີ​ແຜນ​ຈະ​ຕິດ​ຕັ້ງ​ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ຈາກ​ອາກາດ​ສູ່​ພື້ນ​ລຸ້ນ MBDA Brimstone ໃສ່​ກັບ​ເຄື່ອງບິນ​ຂັບ
​ໄລ່​ລຸ້ນ Eurofighter Typhoon ໃນ​ຈຳນວນ 274 ລູກ.

     ເນື່ອງຈາກ​ລູກ​ສອນ​ໄຟ​ລຸ້ນ​ນີ້​ ມີ​ຜົນ​ເສຍ​ຫາຍ​ຂ້າງຄຽງ​ຕໍ່​ເຄື່ອງບິນ​ໜ້ອຍ. ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ລຸ້ນ MBDA Brimstone
ຈະ​ນຳ​ເຂົ້າ​ມາ​ຕິດ​ຕັ້ງ​ໃສ່​ກັບ​ເຄື່ອງບິນ​ຂັບ​ໄລ່​ລຸ້ນ Eurofighter Typhoon Tranche 2 ຈຳນວນ 70 ລຳ ແລະ ເຄື່ອງບິນ​ຂັບ​ໄລ່​
ລຸ້ນ Eurofighter Typhoon Tranche 3 ຈຳນວນ 31 ລຳ ແລະ Eurofighter Typhoon Tranche 4 ຈຳນວນ 38
ລຳ ທີ່​ມີ​ປະຈຳການ​ໃນ​ກອງທັບ​ເຢຍ​ລະ​ມັນ.

     ເຖິງ​ແມ່ນ​ວ່າ​ລາຍ​ງານ​ຍັງ​ບໍ່​ໄດ້​ລະບຸ​ລະອຽດ​ກ່ຽວ​ກັບ​ເອກະສານ​ງົບປະມານ ແລະ ມາດຖານ​ຂອງ​ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ອາກາດ​ສູ່​
ພື້ນ​ລຸ້ນ MBDA Brimstone ກໍ​ຕາມ, ແຕ່​ແຫຼ່ງ​ຂ່າວ​ລະບຸ​ວ່າ: ໜ້າ​ຈະ​ເປັນ​ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ລຸ້ນ MBDA Brimstone 3A,
ເປັນ​ລຸ້ນ​ໃໝ່​ຫຼ້າ​ສຸດ​ທີ່ ​ກອງທັບ​ແອັດ​ສະ​ປາຍ ແລະ ກອງທັບ​ອັງກິດ​ນຳ​ມາ​ຕິດ​ຕັ້ງ​ໃສ່​ເຄື່ອງບິນ​ຂັບ​ໄລ່​ລຸ້ນ Eurofighter Typhoon ທີ່​
ຜະລິດ ແລະ ອອກ​ແບບ​ຮ່ວມ​ກັນ​ຂອງ​ສອງ​ປະເທດ. ລູກ​ສອນ​ໄຟ​ລຸ້ນ MBDA Brimstone 3A ສ້າງ​ຂຶ້ນ​ມາ​ເພື່ອ​ຈະ​ນຳ​ມາ​ທົດ​ແທນ​
ລູກ​ສອນ​ໄຟ​ລຸ້ນ MBDA Brimstone 2 ທີ່​ມີ​ປະສິດທິພາບ​ຕ່ຳ​ກວ່າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/01/2024